ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 643 ທາບທາມບຸກຄະລາກອນສະໄໝທີVII ຮອບທີ I

ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ
ຫົວໜ້າກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ ເປັນປະທານໃນວັນທີ 5/3/2024 ຢູ່ສະໂມສອນ ກອງພັນໃຫຍ່ 643

     ຕອນເຊົ້າວັນທີ05 ມີນາ 2024 ທີ່ຜ່ານມານີ້, ຢູ່ສະໂມສອນ ກອງພັນໃຫຍ່ 643 ໄດ້ທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງ
ເຂົ້າຄະນະບໍລິຫານງານພັກສະໄໝທີVII, ຮອບທີI, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ
ກຳມະການຄະນະພັກກະຊວງປ້ອງກັນປະເທດຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນໂທ ບຸນມີ ດວງມະນີ
ຈັນ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ ແລະ ສະຫາຍ ພັນເອກ ບົວລອຍ ດວງລາວົງຮອງເລຂາຄະນະພັກ ຫົວໜ້າການທະ
ຫານກອງພັນໃຫຍ່ 643 ມີຄະນະພັກຂັ້ນກອງພັນໃຫຍ່, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ, ພະນັກງານຫຼັກແຫຼ່ງ
ໃນທົ່ວກົມກອງ ເຂົ້າຮ່ວມ.

     ໂອກາດນີ້, ສະຫາຍ ພັນໂທ ບຸນມີ ດວງມະນີຈັນ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 643 ໄດ້ກ່າວເປີດກອງປະຊຸມ
ທາບທາມ ຄະນະພັກກອງພັນໃຫຍ່ 643 ຂຶ້ນຢ່າງເປັນທາງການ ແລະ ສະຫາຍ ພັນເອກ ບົວລອຍ ດວງລາວົງ ຮອງເລຂາຄະນະພັກ ຫົວ
ໜ້າການທະຫານກອງພັນໃຫຍ່ 643 ໄດ້ຂຶ້ນເຜີຍແຜ່, ຜ່ານມາດຖານ, ເງື່ອນໄຂ ຜູ້ທີ່ຈະສະໝັກຮັບເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກ
ກອງພັນໃຫຍ່ 643 ສະໄໝທີVII, ຮອບທີI. ພ້ອມນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ປະທານກອງປະຊຸມ ໄດ້ຊີ້ນໍາ ແລະ
ມີຄຳເຫັນໂອ້ລົມ ສະຫາຍໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມໃນຄັ້ງນີ້ແມ່ນມີຄວາມໝາຍສຳຄັນຍິ່ງ ເພາະເປັນການປະຕິບັດຕາມລະບຽບຫຼັກ
ການຈັດຕັ້ງນຳພາຂອງພັກ, ແນໃສ່ປັບປຸງກໍ່ສ້າງພັກ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນການນຳພາ, ແບບແຜນວິທີເຮັດ
ວຽກ, ທັງເປັນບັ້ນດຳເນີນຊີວິດການເມືອງພາຍໃນພັກ, ເພື່ອສຳຫຼວດກວດກາຄືນ ການຈັດຕັ້ງປະຕິບັດມະຕິຕ່າງໆ ຂອງຄະນະພັກຂັ້ນເທິງ
ກໍ່ຄືມະຕິຂອງຄະນະພັກຂັ້ນຕົນ, ເປັນການຍົກສູງຄຸນນະພາບ, ບົດບາດ, ຄວາມສາມາດການນຳພາຂອງຄະນະພັກ, ເປັນການປົວແປງພາຍ
ໃນພັກ, ປັບປຸງທັດສະນະຫຼັກໝັ້ນຂອງພັກ, ຕິດພັນກັບຂະບວນການ, ການດຳເນີນທາບທາມບຸກຄະລາກອນ ຕາມຂັ້ນຕອນ ຢ່າງມີປະຊາທິ
ປະໄຕ ຖືກຕ້ອງຕາມລະບຽບຫຼັກການຂອງພັກ ແລະ ສະຫາຍຍັງໄດ້ເນັ້ນໜັກບາງບັນຫາສຳຄັນເປັນຕົ້ນແມ່ນຕ້ອງກຳແໜ້ນເບິ່ງມາດຖານ,
ເງື່ອນໄຂ, ຄົ້ນຄວ້າເຊື່ອມຊຶມ ແລະ ເຂົ້າໃຈເລິກເຊິ່ງ, ເພື່ອເປັນບ່ອນອີງໃນການເລືອກເຟັ້ນບຸກຄະລາກອນທີ່ຈະເຂົ້າສະໝັກຮັບເລືອກຕັ້ງໃຫ້
ຖືກຕ້ອງຕາມເປົ້າໝາຍ, ຮັບປະກັນໃຫ້ໄດ້ພະນັກງານ 3 ລຸ້ນເພື່ອສືບທອດປ່ຽນແທນໃຫ້ໄດ້ຕໍ່ເນື່ອງ, ບັນດາສະຫາຍທີ່ເຂົ້າຮ່ວມທາບທາມ
ຕ້ອງມີທັດສະນະຖືກຕ້ອງ, ມີຄວາມຮັບຜິດຊອບສູງຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ການຈັດຕັ້ງ, ຫຼີກລ່ຽງເດັດຂາດແນວຄິດອັກຄະຕິ, ກຸ່ມກ້ອນ, ຈຸ້ມ
ເຈື້ອເຊື້ອສາຍ, ພັກພວກ ແລະ ທັດສະນະອື່ນໆ ທີ່ບໍ່ຖືກຕ້ອງ ແລະ ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນໃນການປ່ອນບັດ ແລະ ມີການໃຈ້
ແຍກລະອຽດ, ສິ່ງສຳຄັນໃຫ້ເບິ່ງທັດສະນະຄວາມຮູ້, ຄວາມສາມາດນຳພາ-ບັນຊາ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກ
ທີ່ດີ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕ, ເປັນແບບຢ່າງໃນການປະຕິບັດກົດ
ລະບຽບພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ບໍ່ໃຊ້ສິດອຳນາດ ແລະ ໜ້າທີ່ຕຳແໜ່ງ, ເພື່ອຫາຜົນປະໂຫຍດສ່ວນຕົວ ແລະ ຄອບຄົວ ເຮັດໃຫ້
ພະນັກງານ-ສະມາຊິກພັກ-ນັກຮົບ, ຂາດຄວາມເຊື່ອຖື ໄວ້ວາງໃຈ ຈາກມະຫາຊົນ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ພ້ອມກັນໃຊ້ສິດປ່ອນ
ບັດເອົາບຸກຄະລາກອນ ຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກກອງພັນໃຫຍ່ 643 ສະໄໝທີVII ຮອບທີ I ດ້ວຍຜົນສໍາເລັດອັນ
ຈົບງາມອີກດ້ວຍ.

ແຫຼ່ງຂ່າວໂດຍ ຄໍາໝັ້ນ ຄົງວິໄລ
ວັນທີ 12/03/2024